Laos! ເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ມ້າງກຸ່ມແກ້ງພະນັນອອນລາຍ ແລະ ກັກຕົວຜູ້ຕ້ອງສົງໃສເປັນຄົນສັນຊາດໄທ ຈຳນວນ 40 ກວ່າຄົນ, “ສາວລາວ” ຄົນໜຶ່ງຖືກຕຳຫຼວດໄທຈັບກຸມຢູ່ຊາຍແດນພ້ອມກັບສິນຄ້າຜິດກົດໝາຍທີ່ນຳເຂົ້າຈາກລາວ, ຕຳຫຼວດໄດ້ອອກຖະແຫຼງການກ່ຽວກັບກໍລະນີທີ່ພົນລະເມືອງໄດ້ຈັບກຸມໂຈນຄົນໜຶ່ງ ແຕ່ໂຈນໄດ້ເສຍຊີວິດຄາທີ່

2026.7.16 ເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ມ້າງກຸ່ມແກ້ງພະນັນອອນລາຍ ແລະ ກັກຕົວຜູ້ຕ້ອງສົງໃສເປັນຄົນສັນຊາດໄທ ຈຳນວນ 40 ກວ່າຄົນ
ໃນຄັ້ງວັນທີ 16 ກໍລະກົດ 2026 ນີ້, ເຈົ້າໜ້າທີ່ພະແນກຕຳຫຼວດປ້ອງກັນເສດຖະກິດ ຫ້ອງຕຳຫຼວດ ປກສ ແຂວງ ສະຫວັນນະເຂດ, ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ, ມີກຸ່ມຄົນຕ່າງປະເທດ ໄດ້ເຊົ່າສະຖານທີ່ແຫ່ງໜຶ່ງ, ເຊີ່ງພາຍໃນສະຖານທີ່ດັ່ງກ່າວມີການເຄື່ອນໄຫວຕະຫຼອດ 24 ຊົ່ວໂມງ, ມາຮອດເວລາ 13 ໂມງ 30 ນາທີ, ຂອງວັນດຽວກັນ ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ແຂວງ, ຈິ່ງໄດ້ສົມທົບກັບ ເຈົ້າໜ້າທີ່ ປກສ ນະຄອນໄກສອນພົມວິຫານ, ອົງການໄອຍະການປະຊາຊົນ ແຂວງ, ອຳນາດການປົກຄອງບ້ານ ແລະ ພາກສວນທີ່ກ່ຽວຂ້ອງ, ເຂົ້າກວດຄົ້ນສະຖານດັ່ງກ່າວ ເຊີ່ງເປັນສາງ ຕັ້ງຢູ່ ບ້ານ ນາເລົ່າ ນະຄອນໄກສອນ ພົມວິຫານ, ຜ່ານການກວດຄົ້ນສາມາດກັກຕົວຜູ້ຕ້ອງສົງໃສທີ່ມີການເຄື່ອນໄຫວເປັນແອັດມິນພະນັນອອນລາຍ, ເປັນຄົນສັນຊາດໄທຈຳນວນ 42 ຄົນ, ຍິງ 18 ຄົນ ແລະ ພົບເຫັນອຸປະກອນຄອມພີວເຕີຕັ້ງໂຕະ ແລະ ໂທລະສັບ ຈຳນວນຫຼາຍເຄື່ອງ ທີ່ນຳໃຊ້ເຂົ້າໃນການກະທຳຜິດ, ປັດຈຸບັນເຈົ້າໜ້າທີ່ກຳລັງດຳເນີນສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງຮ່ວມຂະບວນການ ແລະ ບຸກຄົນທີ່ມີສ່ວນພົວພັນມາດຳເນີນຄະະດີຕາມລະບຽບກົດໝາຍ. x1200

2026.4.16 “ສາວລາວ” ຄົນໜຶ່ງຖືກຕຳຫຼວດໄທຈັບກຸມຢູ່ຊາຍແດນພ້ອມກັບສິນຄ້າຜິດກົດໝາຍທີ່ນຳເຂົ້າຈາກລາວ.
ເຈົ້າໜ້າທີ່ໄທໄດ້ຈັບກຸມຜູ້ຍິງລາວຄົນໜຶ່ງຢູ່ດ່ານຊາຍແດນໜອງຄາຍ ຫຼັງຈາກຄົ້ນພົບວ່ານາງໄດ້ລັກລອບຂົນສົ່ງ collagen ເຊິ່ງເປັນຢາເສບຕິດເຂົ້າໄປໃນປະເທດໄທຢ່າງຜິດກົດໝາຍ. ຂ່າວດັ່ງກ່າວລາຍງານໂດຍໜ້າເຟສບຸກ CIA Thailand ໃນວັນທີ 13 ເມສາ 2026 ເປີດເຜີຍວ່າ ທີ່ດ່ານຊາຍແດນມິດຕະພາບໜອງຄາຍ-ລາວ (ດ່ານຊາຍແດນເລກທີ 1), ເຈົ້າໜ້າທີ່ໄທໄດ້ຈັດກອງປະຊຸມຂ່າວປະກາດການຈັບກຸມຜູ້ຍິງລາວອາຍຸ 21 ປີ ແລະ ຍຶດໄດ້ 42 ຊອງທີ່ບັນຈຸຜົງສີຂາວທີ່ຮູ້ຈັກກັນໃນນາມ “Happy Water” ຫຼື collagen. ສິນຄ້າທີ່ຍຶດໄດ້ ມີມູນຄ່າ 80,000 ບາດ ໄດ້ຖືກຍຶດຈາກນາງ. ການຈັບກຸມດັ່ງກ່າວເກີດຂຶ້ນຈາກເຫດການໃນວັນທີ 12 ເມສາ 2026 ເມື່ອຜູ້ຕ້ອງສົງໄສເຂົ້າມາປະເທດໄທຜ່ານທາງລົດເມທີ່ດ່ານຊາຍແດນໜອງຄາຍ. ເມື່ອມາຮອດ, ນາງໄດ້ລົງຈາກລົດ ແລະ ດຳເນີນການຜ່ານພື້ນທີ່ກວດກາພາສີ. ເຈົ້າໜ້າທີ່ພາສີໄດ້ສັງເກດເຫັນສິ່ງຂອງທີ່ໜ້າສົງໄສຢູ່ໃນກະເປົາຂອງນາງ ແລະ ໄດ້ດຳເນີນການຄົ້ນຫາຢ່າງລະອຽດ ໂດຍຄົ້ນພົບ 34 ຊອງທີ່ບັນຈຸຜົງສີຂາວ. ການກວດກາສົບຂອງຜູ້ຕ້ອງສົງໄສຕື່ມອີກໄດ້ພົບອີກ 6 ຊອງທີ່ໜ້າສົງໄສຖືກເຊື່ອງໄວ້ຢູ່ດ້ານໜ້າຂອງກະເປົາ ເຮັດໃຫ້ຈຳນວນທັງໝົດເປັນ 40 ຊອງ. ເມື່ອກວດສອບແລ້ວ, ພົບວ່າມີຢາເສບຕິດຊະນິດໜຶ່ງຊື່ວ່າ Happy Water ນ້ຳໜັກປະມານ 3,000 ກຣາມ. ຜູ້ຕ້ອງສົງໄສ ແລະ ສິນຄ້າທີ່ຍຶດໄດ້ໄດ້ຖືກມອບໃຫ້ແກ່ເຈົ້າໜ້າທີ່ສືບສວນເພື່ອດຳເນີນຄະດີຕາມກົດໝາຍ ແລະ ເພື່ອສືບສວນເຄືອຂ່າຍທັງໝົດທີ່ກ່ຽວຂ້ອງຕື່ມອີກ. ນີ້ແມ່ນຜູ້ຍິງລາວຄົນໜຶ່ງທີ່ພະຍາຍາມລັກລອບຂົນສົ່ງຢາເສບຕິດເຂົ້າມາໃນປະເທດໄທ. Happy Water ຫຼື ສິ່ງທີ່ຄົນລາວເອີ້ນວ່າ collagen ປະຈຸບັນມີຄວາມຕ້ອງການສູງທັງໃນປະເທດໄທ ແລະ ລາວ ໂດຍສະເພາະໃນຊ່ວງເທດສະການສົງການ ເມື່ອຄວາມຕ້ອງການ ແລະ ລາຄາສູງ. ຢາເສບຕິດປະເພດນີ້ເປັນທີ່ນິຍົມໃນບັນດາໄວໜຸ່ມລາວ ໂດຍສະເພາະໃນຊ່ວງເທດສະການ ເຊິ່ງມັນຖືກນຳໃຊ້ເພື່ອສຸຂະພາບ ແລະ ສະຫວັດດີພາບ. ປະຈຸບັນ, ຂ່າວອີກອັນໜຶ່ງ: ການລັກລອບຂົນສົ່ງສິນຄ້າຜິດກົດໝາຍຈາກລາວເຂົ້າມາໃນປະເທດໄທ ໄດ້ປະຖິ້ມສິນຄ້າທີ່ຍຶດໄດ້ໄວ້ທີ່ຄ້າຍ ແລະ ຫຼົບໜີ.

2026.4.13 ຕຳຫຼວດໄດ້ອອກຖະແຫຼງການກ່ຽວກັບກໍລະນີທີ່ພົນລະເມືອງໄດ້ຈັບກຸມໂຈນຄົນໜຶ່ງ, ແຕ່ໂຈນໄດ້ເສຍຊີວິດຄາທີ່
ລ້າສຸດກໍຄືເຈົ້າໜ້າທີ່ໄດ້ອອກມາຊີ້ແຈງແລ້ວກໍລະນີໂຈນປຸ້ນຊັບທີ່ຕະຫລາດຫົວຂົວເຊິ່ງວ່າໂຈນເສຍຊີວິດຄາທີ່ຈົນກາຍເປັນປະເດັນທີ່ໂດ່ງດັງໃນສັງຄົມ.ເຫດການທີ່ໂຈນປຸ້ນຊັບພົນລະເມືອງທີ່ຕະຫລາດຫົວຂົວເຊິ່ງກາຍເປັນຂ່າວໂດ່ງດັງເນື່ອງຈາກວ່າໂຈນເສຍຊີວິດຄາທີ່ຍ້ອນວ່າພົນລະເມືອງຊ່ວຍກັນຈັບເອົາໄວ້ເຊິ່ງຫຼ້າສຸດເຈົ້າໜ້າທີ່ໄດ້ອອກມາຊີ້ແຈງກ່ຽວກັບຂ່າວດັ່ງກ່າວເພາະວ່າກ່ອນໜ້ານີ້ຄືຂ່າວອອກມາຫລາຍຊ່ອງທາງຄືມີຂໍ້ມູນທີ່ແຕກຕ່າງກັນໄປເຊິ່ງສ້າງຄວາມສັບສົນໃຫ້ກັບຜູ້ເສບຂ່າວແຕ່ວ່າຫຼ້າສຸດເຈົ້າໜ້າທີ່ໄດ້ອອກມາຊີ້ແຈງໃຫ້ກະຈ່າງແຈ້ງແລ້ວແຕ່ວ່າຕ້ອງທ້າວຄວາມໜ້ອຍໜຶ່ງກໍຄືເຫດການມັນເກີດຂື້ນໃນຕອນຄ່ຳເວລາ8ໂມງແລງຂອງ ວັນທີ2ເມສາ 2026 ທີ່ຕະຫລາດຫົວຂົວເມືອງໄຊເສດຖານະຄອນຫລວງວຽງຈັນຕາມການລາຍງານເບື້ອງຕົ້ນຈົນຜູ້ທີ່ວ່າໄດ້ຖືກພົນລະເມືອງດີຈັບເອົາໄວ້ນັ້ນຄືໄດ້ຖືກທຳຮ້າຍຮ່າງກາຍຈົນເສຍຊີວິດຄາທີສ່ວນຜູ້ເສຍສະຫາຍແມ່ນໄດ້ຮັບບາດເຈັບບໍລິເວນດວງຕາແລະລຳຄໍໂຊກດີພົນລະເມືອງດີເຫັນກ່ອນຈິ່ງຊ່ວຍໄວ້ໄດ້ທັນ ຫຼັງຈາກຂ່າວນີ້ໄດ້ເຜີຍແຜ່ລົງໃນໂລກໂຊຊຽວ ໄດ້ກາຍເປັນກະແສທີ່ມາແຮງແລະກໍໄດ້ຮັບຄວາມສົນໃຈສຸດໆ ທີ່ສຳຄັນກໍຄືຂໍ້ມູນທີ່ອອກມາແມ່ນບິດເບືອນຈາກຄວາມເປັນຈິງຂ້ອນຂ້າງທີ່ຈະຫຼາຍ ຈົນລ້າສຸດເຈົ້າໜ້າທີ່ໄດ້ອອກມາຊີ້ແຈ້ງລາຍລະອຽດແລ້ວໄດ້ ວ່າ : ສະບາຍດີຂ້າພະເຈົ້າຊື່ພັນໂທ ບູນແອັດ ຊູບົວຈັນ ໜ້າທີ່ຮັບຜິດຊອບຮອງກົມມະນິທິການ ປ້ອງກັນຄວາມສະຫງົບເມືອງໄຊເສດຖາ ແລະຂໍຊີ້ແຈງກ່ຽວກັບເຫດການທີ່ເກີດຂຶ້ນໃນເມື່ອວັນທີ 2ເດືອນ 4 ປີ 2026 ໃນເວລາ21ໂມງ00ນາທີ ທາງເຈົ້າໜ້າທີ່ກອງບັນຊາການປກສເມືອງໄຊເສດຖາໄດ້ຮັບການແຈ້ງຄວາມ.ຈາກພົນລະເມືອງດີວ່າ ມີເຫດການຄົນຮ້າຍປຸ້ນຊັບກາງຕະຫລາດຫົວຂົວເມືອງໄຊເສດຖານະຄອນຫລວງວຽງຈັນ ດັ່ງນັ້ນທາງເຈົ້າໜ້າທີ່ກອງບັນຊາການປກສເມືອງພວກເຮົາຈຶ່ງໄດ້ຈັດສົ່ງກຳລັງລົງໄປກວດກາສະຖານທີ່ເກີດເຫດຢູ່ຈຸດດັ່ງກ່າວເມື່ອໄປຮອດສະຖານທີ່ເກີດເຫດທາງເຈົ້າໜ້າທີ່ພວກເຮົາກໍໄດ້ພົບເຫັນຜູ້ຖືກເຄາະຮ້າຍ ຊື່ : ນາງບົວວຽງ ອາຍຸ 56 ປີ ອາຊີບຄ້າຂາຍ ປັດຈຸບັນຢູ່ບ້ານຂາມງອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ການວ່າ ຕົນເອງ ເລີກຕະຫຼາດຂຶ້ນລົດເຂົ້າໄປນັ່ງ ໃນຫ້ອງຂັບຈຶ່ງໄດ້ຍິນສຽງປະຕູລາງລົດໄຂແລະກໍອັດ ຫຼັງຈາກນັ້ນຮູ້ສຶກວ່າໄດ້ມີຄົນເອົາເຊືອກມາຮັດຄໍທາງຫູັງແຕ່ນາງບົວວຽງແລ້ວໃຊ້ກຳປັ້ນທຸບຕີໃສ່ຜູ້ກ່ຽວຢູ່ໃນລົດ.
ແຕ່ນາງບົວວຽງ ກໍ່ໄດ້ຕໍ່ສູ້ກັບຄົນຮ້າຍ ແລະນາງບົວຽງກໍໄດ້ກັດແຂນຜູ້ທີ່ມາກັດຄໍ ຫຼັງຈາກນັ້ນຜູ້ນັ້ນຈຶ່ງວາງອອກເຮັດໃຫ້ ນາງບົວວຽງ ຈຶ່ງມີໂອກາດລອດອອກມາແລະໄດ້ຮ້ອງຂໍຄວາມຊ່ວຍເຫລືອຄົນ ທີ່ຜ່ານໄປຜ່ານມາໃກ້ຄຽງ ຫຼັງຈາກນັ້ນຄົນຮ້າຍຈຶ່ງແລ່ນໄປຄົນລະທິດລະທາງ ຈາກນັ້ນພົນລະເມືອງດີທີ່ເດີນທາງສັນຈອນໄປມາຈຶ່ງໄດ້ນຳຈັບຕົວໂຈນທີ່ແລ່ນເຂົ້າໄປຮ່ອມໃນ CLINIC ອອກມາເສັ້ນທາງຢູ່ໃນທ່າທີວ່າ ເອົາແຂນ2ເບື້ອງຮັດມາທັງຫຼັງ ແລະກະໃຫ້ໝູບລົງຂ້າງທາງຫັ້ນ.ຫຼັງຈາກນັ້ນແລະກະຢືນຫຸ້ມເບິ່ງນຳກັນແລະເວລາຕໍ່ມາຈຶ່ງໄດ້ຍິນຄົນຜູ້1ເວົ້າກັນວ່າຄົນຮ້າຍໄດ້ເສຍຊີວິດແລ້ວ ດັ່ງນັ້ນເຈົ້າໜ້າທີ່ຈຶ່ງໄດ້ມາສືບສວນສອບສວນຕໍ່ຄື 1ໄດ້ກວດກາປະຫວັດຂອງທ້າວເຈີນວັນຈອງຜູ້ກໍ່ເຫດນີ້ຈຶ່ງຮູ້ວ່າທ້າວເຈີນວັນຈອງແມ່ນຄົນພໍ່ຄ້າຊາວຂາຍຢູ່ຮ້ານໃກ້ຄຽງກັນແລະຜ່ານມາທ້າວເຈີນວັນຈອງໄດ້ຮູ້ຈັກຮັກແພງກັບນາງບົວວຽງແລະກະເຄີຍຂໍຢືມເງິນນາງບົວວຽງຫຼາຍຄັ້ງແຕ່ນາງບົວວຽງບໍ່ໄດ້ໃຫ້ຢືມແຕ່ວ່າຜູ້ກ່ຽວມີປະຫວັດມີໜີ້ສິນຫຼາຍແລະກະສຸຂະພາບຂອງຜູ້ກ່ຽວແມ່ນມັກເປັນຕັງຊົງເປັນເບົາຫວານເວົ້າຊັ້ນເນາະເພາະສະນັ້ນມື້ທີ່ກ່ອນຈະມາເກີດເຫດທີ່ຜູ້ກ່ຽວບໍ່ໄດ້ເປີດຮ້ານແລະຫຼັງຈາກນັ້ນຜູ້ກ່ຽວແມ່ນໄດ້ໄປຄີລນິກພາຍຫຼັງທີ່ຜູ້ກ່ຽວໄດ້ອອກຈາກຄລີນິກແລ້ວຜູ້ກ່ຽວໄດ້ເອົາລົດມາຈອດແປະກັນກັບນາງບົວວຽງແລະນາງບົວວຽງວຽງກະບໍ່ຮູ້ວ່າລົດລາວດອກຫຼັງຈາກທີ່ນາງບົວວຽງໄດ້ຂຶ້ນລົດ ຜູ້ກ່ຽວກະອອກຈາກລົວຕົວເອງແລ້ວມາຂຶ້ນລົດລາວ ແລະໄດ້ເອົາເຊືອກເຫຼັກສປຣິງມາຮັດຄໍລາວ ແລະທຸບຕີກັນຢູ່ໃນລົດເຮັດໃຫ້ນາງບົວວຽງໄດ້ຮັບບາດເຈັບ ແລະຜ່ານການກວດກາສັນນະສູດຮ່າງກາຍ ຂອງທ້າວເຈີນວັນຈອງ ຜູ້ເສຍຊີວິດຫັ້ນເນາະ ໂດຍການເຂົ້າຮ່ວມ ຂອງອຳນາດການປົກຄອງເຈົ້າໜ້າທີ່ແຕ່ລະພາກສ່ວນແລະກະຍາດຕິພີ່ນ້ອງຂອງຜູ້ເສຍຊີວິດເຂົ້າຮ່ວມນຳກັນ ກະໄດ້ເຫັນວ່າຮ່າງກາຍຂອງຜູ້ກ່ຽວ ກໍບໍ່ໄດ້ມີຮ່ອງຮອຍບວບຊ້ຳບໍ່ມີຮ່ອງຮອຍກະທົບຈາກສິ່ງໃດທີ່ຈະເປັນຄວາມຮຸນແຮງ ທີ່ບົ່ງບອກເຖິງສາເຫດຕົ້ນຕໍທີ່ພາໃຫ້ເສຍຊີວິດສະນັ້ນແລ້ວເຈົ້າໜ້າທີ່ພວກເຮົາຈຶ່ງໄດ້ມີຄວາມເປັນເອກະພາບແລະໄດ້ມອບຊາກສົບຂອງຜູ້ກ່ຽວຫັ້ນໃຫ້ຍາດທີ່ພີ່ນ້ອງໄປທຳພິທີທາງສາສະໜາຫຼືຕາມຮີດຄອງປະເພນີຂອງຜູ້ກ່ຽວ

评论

发表回复

您的邮箱地址不会被公开。 必填项已用 * 标注

More posts